• ຂ່າວສານ
    • ຂ່າວສານບໍລິສັດ
    • ການສົ່ງເສີມການຂາຍ
    • ໜ້າທີ່ຮັບຜິດຊອບຕໍ່ສັງຄົມ
    • 17
    • 2022-06
    • 17
    • 2022-06
    • 06
    • 2021-05
  • ເພີ່ມເຕີ່ມ
  • Laos Vientiane International Business Tourism Center (ເອີ້ນວ່າ: ສູນວຽງຈັນເຊັນເຕີ) ເປັນໂຄງການທົດລອງຂອງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ຮ່ວມພັດທະນາໂດຍ ວິສາຫະກິດຈາກ ສປ ຈີນ ແລະ ລາວ, ລົງທຶນກໍສ້າງ ແລະ ການດໍາເນີນງານໂດຍບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນ  ໜອງຈັນຕອນເໜືອ ຈໍາກັດ (ມີຊື່ຫຍໍ້ວ່າ ບໍລິສັດ ໜອງຈັນ) . ບໍລິສັດແມ່ນ ບໍລິສັດຮ່ວມທຶນລະຫວ່າງບໍລິສັດ Yunnan Construction Investment Holding Group Co., Ltd ແລະ ບໍລິສັດ ລາວກຣິດຕະພົງ Group Co., Ltd.


    图片2.jpg


    ພາບສູນການຄ້າວຽງຈັນເຊັນເຕີ 

    ໂຄງການວຽງຈັນເຊັນເຕີຕັ້ງເປັນເຂດສູນກາງການຄ້າຫຼັກ ຂອງນະຄອນຫຼວງຂອງປະເທດລາວ, ໃກ້ກັບສະຖານທີ່ສຳຄັນຂອງນະຄອນຫຼວງວຽງຈັນເຊັ່ນ: ສຳນັກງານປະທານປະເທດລາວ, ປະຕູໄຊ, ທາດຫຼວງ, ວັດສີສະເກດ, ພະພຸດທະຮູບເຈດີ, ສວນເຈົ້າອານຸວົງ ແລະ ແຄມແມ່ນ້ຳຂອງ ແລະ ອື່ນໆເປັນເຂດທີ່ມີພາບພົດອັນດັບນຶ່ງ ຂອງນະຄອນຫຼວງວຽງຈັນ, ການຄົມມະນາຄົມທີ່ສະດວກສະບາຍ ແລະ ມີສິ່ງອຳນວຍຄວາມສະດວກທີ່ທັນສະໄໝ. ໂຄງການດັ່ງກ່າວກວມເອົາເນື້ອທີ່ 54,000 ຕາແມັດ, ມີເນື້ອທີ່ກໍ່ສ້າງທັງໝົດປະມານ 160,000 ຕາແມັດ, ໄດ້ວາງແຜນຈະດຳເນີນການພັດທະນາແບບໝູນວຽນເປັນ 3 ໄລຍະຄື: ເຊີ່ງຈະສ້າງເປັນສູນລວມທຸລະກິດໃນຕົວເມືອງແຫ່ງທຳອິດຂອງນະຄອນຫຼວງວຽງຈັນ, ຫ້ອງການ, ຮ້ານອາຫານ, ບັນເທີງ, ໂຮງແຮມ,ອາພ້າດເມັ້ນ ແລະ ອື່ນໆ. ໃນນັ້ນ, ໂຄງການໄລຍະທີ 1 ໄດ້ເປີດຂຶ້ນໃນວັນທີ 28 ມີນາ 2015, ລວມທັງສູນການຄ້າ ແລະ ອາຄານຫ້ອງການ, ມີເນື້ອທີ່ກໍ່ສ້າງທັງໝົດ 67,310 ຕາແມັດ.

    ຫຼັງຈາກການດຳເນີນທຸລະກິດມາເກືອບ 7 ປີ,ໂຄງການສູນກາງວຽງຈັນໄລຍະທີ 1 ໄດ້ເຊື່ອມໂຍງປະສົມປະສານລວມສູນ "ສູນການຄ້າ, ສູນຫ້ອງການ, ສູນການເງິນ, ສູນວາງສະແດງ".

    ເປັນເຂດຕົວເມືອງທີ່ໄດ້ຮັບຄວາມສົນໃຈຈາກສັງຄົມ ແລະ ມີຊື່ສຽງຫຼາຍທີ່ສຸດໃນນະຄອນຫຼວງວຽງຈັນ, ຂຶ້ນຊື່ວ່າເປັນຍີ່ຫໍ້ທຸລະກິດແຫ່ງທຳອິດໃນລາວ.

    ສູນການຄ້າ

    ສູນການຄ້າວຽງຈັນເຊັນເຕີ ປະກອບມີ 4 ຊັ້ນ ແລະ 01 ຫ້ອງໂຖງໃຫ່ຍ, ມີເນື້ອທີ່ທັງໝົດ 36,823 ຕາແມັດ, ຮູບແບບທຸລະກິດກວມເອົາຮ້ານອາຫານ, ຮ້ານຄ້າ, ການພັກຜ່ອນ, ການບັນເທີງ, ການໂຄສະນາ, ງານວາງສະແດງສິນຄ້າ ແລະ ກິດຈະກຳລວມອື່ນໆ, ສຳເລັດການນຳເຂົ້າແບຣນດັງລະດັບສາກົນເປັນຈຳນວນຫຼວງຫຼາຍ ແລະ ສ້າງຫຼາຍຍີ່ຫໍ້ດັງເຂົ້າມາໃນຕະຫຼາດລາວເປັນຄັ້ງທຳອິດ, ທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ເປັນທະນາຄານແຫ່ງທຳອິດທີ່ມີສຳນັກງານໃຫຍ່ໃນສູນລວມການຄ້າ, ໂຮງຮູບເງົາ Major Cineplex ເຊິ່ງເປັນໂຮງສາຍຮູບເງົາລະດັບສາກົນແຫ່ງທຳອິດໃນລາວ, ເປັນສູນລວມສະເພາໂມງທີ່ຄົບແບຣນດັງທີ່ມີຊື່ສຽງລະດັບສາກົນໃນລາວ, ໄດ້ສ້າງການພັດທະນາທຸລະກິດການຄ້າອັນດັບນຶ່ງຂຶ້ນອີກໃນປະຫວັດສາດລາວ , ພາຍຫຼັງທີ່ເປີດການດຳເນີນທຸລະກິດ ແມ່ນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ.


    图片3.jpg


    ຕຶກສຳນັກງານ

    ທີ່ຕັ້ງອາຄານສໍານັກງານວຽງຈັນເຊັນເຕີເປັນເຂດສູນກາງສໍານັກງານຊັ້ນສູງໃນນະຄອນຫຼວງວຽງຈັນ ສປປລາວ, ມີທັງໝົດ 8 ຊັ້ນ ແລະ ເນື້ອທີ່ກໍ່ສ້າງທັງໝົດ 14,584 ຕາແມັດ. ໃນປັດຈຸບັນໄດ້ມີຫ້ອງການຜູ້ຕາງໜ້າ ຂອງບໍລິສັດໃຫ່ຍທີ່ມີຊື່ສຽງ ຂອງຕ່າງປະເທດລົງທຶນ ແລະຕົວແທນສິນຄ້າແບຣນດັງເຂົ້າມາຢູ່ໃນຕຶກສຳນັກງານເຊັ່ນ: Prudential, DKSH, China Railway Materials, AVIC International, OPPO, Kweichow Moutai, ແລະອື່ນໆ


    图片4.jpg


    ຈົດທະບຽນຕະຫຼາດຫຼັກຊັບ

    ໃນເດືອນພະຈິກ 2017, ບໍລິສັດ ໜອງຈັນ ຕອນເໜືອ ໄດ້ແຍກຊັບສິນຄຸນນະພາບສູງຈຳນວນໜຶ່ງ, ປັບປຸງກົງຈັກຈັດຕັ້ງຄືນໃໝ່ ເພື່ອສ້າງຕັ້ງບໍລິສັດ ວຽງຈັນເຊັນເຕີ ລາວມະຫາຊົນ (ເອີ້ນຫຍໍ້ວ່າ: ບໍລິສັດ ມະຫາຊົນ ) ໃນວັນທີ 31 ພຶດສະພາ 2019 ບໍລິສັດ ມະຫາຊົນ ໄດ້ສຳເລັດການຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບລາວ, ເປັນບໍລິສັດທີ 10 ຂອງລາວ ແລະ ເປັນບໍລິສັດລັດວິສາຫະກິດແຫ່ງທຳອິດ ຂອງແຂວງຢຸນນານທີ່ໄດ້ເຂົ້າຮ່ວມຕະຫຼາດຫຼັກຊັບລາວ.


    图片5.jpg


    ວັນທີ 31 ພຶດສະພາ 2019, ບໍລິສັດ ມະຫາຊົນ ໄດ້ເຂົ້າບັນຊີລາຍຊື່ເຂົ້າຕະຫຼາດຫຼັກຊັບລາວຢ່າງສຳເລັດຜົນ


  • ລະອຽດ >>
  • ທຸລະກິດຂອງບໍລິສັດ
    • ຫ້າງຊັບພະສິນຄ້າ
    • ຕຶກສໍານັກງານຫ້ອງການ
  • ສູນການຄ້າວຽງຈັນເຊັນເຕີ ປະກອບມີ 4 ຊັ້ນ ແລະ 01 ຫ້ອງໂຖງໃຫ່ຍ, ມີເນື້ອທີ່ທັງໝົດ 36,823 ຕາແມັດ, ຮູບແບບທຸລະກິດກວມເອົາຮ້ານອາຫານ, ຮ້ານຄ້າ, ການພັກຜ່ອນ, ການບັນເທີງ, ການໂຄສະນາ, ງານວາງສະແດງສິນຄ້າ ແລະ ກິດຈະກຳລວມອື່ນໆ, ສຳເລັດການນຳເຂົ້າແບຣນດັງລະດັບສາກົນເປັນຈຳນວນຫຼວງຫຼາຍ ແລະ ສ້າງຫຼາຍຍີ່ຫໍ້ດັງເຂົ້າມາໃນຕະຫຼາດລາວເປັນຄັ້ງທຳອິດ, ທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ເປັນທະນາຄານແຫ່ງທຳອິດທີ່ມີສຳນັກງານໃຫຍ່ໃນສູນລວມການຄ້າ, ໂຮງຮູບເງົາ Major Cineplex ເຊິ່ງເປັນໂຮງສາຍຮູບເງົາລະດັບສາກົນແຫ່ງທຳອິດໃນລາວ, ເປັນສູນລວມສະເພາໂມງທີ່ຄົບແບຣນດັງທີ່ມີຊື່ສຽງລະດັບສາກົນໃນລາວ, ໄດ້ສ້າງການພັດທະນາທຸລະກິດການຄ້າອັນດັບນຶ່ງຂຶ້ນອີກໃນປະຫວັດສາດລາ​ວ , ພາຍຫຼັງທີ່ເປີດການດຳເນີນທຸລະກິດ ແມ່ນໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ.
  • ເພີ່ມເຕີ່ມ
  • ທີ່ຕັ້ງອາຄານສໍານັກງານວຽງຈັນເຊັນເຕີເປັນເຂດສູນກາງສໍານັກງານຊັ້ນສູງໃນນະຄອນຫຼວງວຽງຈັນ ສປປລາວ, ມີທັງໝົດ 8 ຊັ້ນ ແລະ ເນື້ອທີ່ກໍ່ສ້າງທັງໝົດ 14,584 ຕາແມັດ. ໃນປັດຈຸບັນໄດ້ມີຫ້ອງການຜູ້ຕາງໜ້າ ຂອງບໍລິສັດໃຫ່ຍທີ່ມີຊື່ສຽງ ຂອງຕ່າງປະເທດລົງທຶນ ແລະຕົວແທນສິນຄ້າແບຣນດັງເຂົ້າມາຢູ່ໃນຕຶກສຳນັກງານເຊັ່ນ: Prudential, DKSH, China Railway Materials, AVIC International, OPPO, Kweichow Moutai, ແລະອື່ນໆ
  • ເພີ່ມເຕີ່ມ
    • ຕິດຕໍ່ພົວພັນ
    • ສະຖານທີ:ບໍລິສັດ ວຽງຈັນເຊັນເຕີ ລາວ ມະຫາຊົນ ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 30 ພະຈິກ
    • ໂທລະສັບ:+856 21 228299/+856 21 228000

    • Customer Service

     2024 - 2027 Copy Rights   滇ICP备20001912号-9
    Tech Support: FunCen;